ກອງປະຊຸມໃຫຍ່ຜູ້ແທນອົງຄະນະພັກແຂວງໄຊຍະບູລີ ຄັ້ງທີ VIII ໄດ້ໄຂຂຶ້ນຢ່າງເປັນທາງການ.

17/10/2025 ~ 17/10/2025

ກອງປະຊຸມໃຫຍ່ຜູ້ແທນອົງຄະນະພັກແຂວງໄຊຍະບູລີ ຄັ້ງທີ VIII ໄດ້ໄຂຂຶ້ນຢ່າງເປັນທາງການ.

ໃນຕອນເຊົ້າຂອງວັນທີ 15 ຕຸລາ 2025 ນີ້ ຢູ່ທີ່ຫໍປະຊຸມໃຫຍ່ຂອງແຂວງໄຊຍະບູລີ ໄດ້ເປີດກອງປະຊຸມໃຫຍ່ຜູ້ແທນອົງຄະນະພັກແຂວງໄຊຍະບູລີ ຄັ້ງທີ VIII ຂຶ້ນຢ່າງເປັນທາງການ ພາຍໃຕ້ການເປັນປະທານຂອງ ສະຫາຍ ພົງສະຫວັນ ສິດທະວົງ ກໍາມະການສູນກາງພັກ ເລຂາພັກແຂວງ ເຈົ້າແຂວງໄຊຍະບູລີ, ໃຫ້ກຽດເຂົ້າຮ່ວມກອງປະຊຸມໃຫຍ່ຜູ້ແທນອົງຄະນະພັກແຂວງໄຊຍະບູລີ ຄັ້ງທີ VIII ໃນຄັ້ງນີ້ ມີສະຫາຍ ປະລິນຍາເອກ ຄໍາພັນ ພົມມະທັດ ກໍາມະການກົມການເມືອງສູນກາງພັກ, ເລຂາທິການສູນກາງພັກ, ປະທານຄະນະກວດກາສູນກາງພັກ, ປະທານອົງການກວດກາແຫ່ງລັດ, ຫົວໜ້າອົງການຕ້ານການສໍ້ລາດບັງຫຼວງຂັ້ນສູນກາງ, ສະຫາຍ ປະລິນຍາເອກ ນາງ ສູນທອນ ໄຊຍະຈັກ ເລຂາທິການສູນກາງພັກ, ຮອງປະທານສະພາແຫ່ງຊາດ, ມີຄະນະທິມງານຂອງສູນກາງ, ມີບັນດາສະຫາຍຄະນະປະຈຳພັກແຂວງ, ກຳມະການພັກແຂວງ, ຜູ້ແທນສົມບູນກອງປະຊຸມ ທີ່ໄດ້ຕາງໜ້າໃຫ້ແກ່ຄະນະພັກຮາກຖານ, ໜ່ວຍພັກຮາກຖານ ສຳນັກງານ, ອົງການ, ກົມກອງອ້ອມຂ້າງແຂວງ ແລະ ບັນດາສະຫາຍຜູ້ແທນສົມບູນຈາກບັນດາເມືອງໃນທົ່ວແຂວງ ຈໍານວນ 325 ສະຫາຍ, ຍິງ 56 ສະຫາຍ, ມີບັນດາສະຫາຍແຂກ, ວິລະຊົນແຫ່ງຊາດ, ພະນັກງານປະຕິວັດອາວຸໂສບຳນານ, ຕາງໜ້ານັກທຸລະກິດ, ພໍ່ຄ້າ-ຊາວຂາຍ ໃນທົ່ວແຂວງເຂົ້າຮ່ວມ.

ໂອກາດນີ້, ສະຫາຍ ພົງສະຫວັນ ສິດທະວົງ ກໍາມະການສູນກາງພັກ ເລຂາພັກແຂວງ ເຈົ້າແຂວງໄຊຍະບູລີ ໄດ້ກ່າວໄຂກອງປະຊຸມໃຫຍ່ຜູ້ແທນອົງຄະນະພັກແຂວງໄຊຍະບູລີ ຄັ້ງທີ VIII ຢ່າງເປັນທາງການ ເຊິ່ງບາງຕອນໄດ້ກ່າວວ່າ: ຕະຫຼອດໄລຍະ 5 ປີຜ່ານມາ ອໍານາດການປົກຄອງທຸກຂັ້ນພາຍໃນແຂວງໄຊຍະບູລີ ໄດ້ອອກແຮງຜັນຂະຫຍາຍ ແລະ ຈັດຕັ້ງປະຕິບັດມະຕິກອງປະຊຸມໃຫຍ່ຄັ້ງທີ VII ຂອງອົງຄະນະພັກແຂວງ, ແຜນພັດທະນາເສດຖະກິດ-ສັງຄົມ 5 ປີ ຂອງແຂວງໄຊຍະບູລີ, ເຊິ່ງໄດ້ປະເຊີນໜ້າ ກັບສິ່ງທ້າທາຍທົດສອບຫຼາຍບັນຫາ ເປັນຕົ້ນ: ການລະບາດຂອງພະຍາດໂຄວິດ -19, ບັນຫາໄພເງິນເຟີ້, ລາຄາສິນຄ້າແພງ ແລະ ບັນຫາອື່ນໆ ແຕ່ພາຍໃຕ້ການນຳພາ- ຊີ້ນຳ ຂອງກົມການເມືອງສູນກາງພັກ, ລັດຖະບານ ບວກກັບຄວາມເປັນເຈົ້າການ ຂອງຄະນະພັກ-ອົງການປົກຄອງແຕ່ລະຂັ້ນ ກໍ່ຄື ປະຊາຊົນບັນດາເຜົ່າຊາວແຂວງໄຊຍະບູລີ ທຸກທົ່ວໜ້າເຄີຍມີມູນເຊື້ອພິລະອາດຫານ, ດຸໝັ່ນຂະຫຍັນພຽນ-ອົດທົນ ແລະ ມີຄວາມສາມັກຄີປອງດອງຢ່າງແໜ້ນແຟ້ນ ຫັນພະນັກງານ-ສະມາຊິກພັກ ລົງກໍ່ສ້າງຮາກຖານການເມືອງ, ເປີດຂະບວນການແຂ່ງຂັນຮັກຊາດ ແລະ ພັດທະນາ ຕິດພັນກັບວຽກງານ 3 ສ້າງ. ພ້ອມກັນນັ້ນ, ກໍ່ໄດ້ປັບປຸງປົວແປງພາຍໃນພັກ, ເປີດບັ້ນດໍາເນີນຊີວິດການເມືອງຢ່າງກ້ວາງຂວາງ, ດໍາເນີນກອງປະຊຸມໃຫຍ່ຂອງອົງຄະນະພັກເມືອງ, ຄະນະພັກຮາກຖານ ໄດ້ສໍາເລັດ ຕາມລະດັບຄາດໝາຍ ເສີມຂະຫຍາຍປະຊາທິປະໄຕພາຍໃນພັກ ໃນການຄົ້ນຄວ້າປະກອບຄຳຄິດ-ຄໍາເຫັນ ເຂົ້າໃສ່ຮ່າງລາຍງານການເມືອງ, ຮ່າງແຜນພັດທະນາເສດຖະກິດ-ສັງຄົມ, ຮ່າງບົດສໍາຫຼວດການນໍາພາຂອງອົງຄະນະພັກແຂວງ ແລະ ທາບທາມບຸກຄະລາກອນຜູ້ທີ່ຈະສະໝັກ ເຂົ້າໃນຄະນະບໍລິຫານງານພັກແຂວງຊຸດໃໝ່ ຕາມກົດລະບຽບຂອງພັກ. ຕະຫຼອດໄລຍະເວລາດໍາເນີນກອງປະຊຸມໃຫຍ່, ນອກຈາກຈະໄດ້ຮັບຟັງຮ່າງລາຍງານການເມືອງ ແລະ ແຜນພັດທະນາເສດຖະກິດ - ສັງຄົມແລ້ວ ຍັງຈະໄດ້ຄົ້ນຄວ້າລົງເລິກຕີລາຄາບັນດາ ຈຸດດີ-ຈຸດອ່ອນ, ຂໍ້ຄົງຄ້າງ, ສາເຫດ ແລະ ບົດຮຽນທີ່ຖອດຖອນໄດ້ ແລະ ຈະໄດ້ຮັບຮອງເອົາທິດທາງ, ແຜນພັດທະນາເສດຖະກິດ-ສັງຄົມ 5 ປີ ໃນຕໍ່ໜ້າ. ພ້ອມກັນນັ້ນ, ຍັງຈະໄດ້ຮັບຟັງການປະກອບຄໍາຄິດຄໍາເຫັນ ຂອງບັນດາຕົວແທນຈາກກົມກອງອ້ອມຂ້າງແຂວງ ແລະ ຄອບຄົວຕົວແບບຈຳນວນໜຶ່ງຕື່ມອີກ. ບັນຫາສຳຄັນໃນກອງປະຊຸມຄັ້ງນີ້, ບັນດາຜູ້ແທນກອງປະຊຸມ ຈະໄດ້ໃຊ້ສິດປະຊາທິປະໄຕ ປ່ອນບັດເລືອກເອົາຄະນະບໍລິຫານງານພັກແຂວງຊຸດໃໝ່ ເພື່ອເປັນຜູ້ນໍາພາຈັດຕັ້ງປະຕິບັດມະຕິກອງປະຊຸມໃຫຍ່ ຄັ້ງທີ VIII ຂອງອົງຄະນະພັກແຂວງ ໃຫ້ໄດ້ຮັບຜົນສຳເລັດ. ພ້ອມດຽວກັນ ຍັງຈະໄດ້ປ່ອນບັດຄັດເລືອກເອົາຜູ້ແທນໄປຮ່ວມກອງປະຊຸມໃຫຍ່ ຄັ້ງທີ XII ຂອງພັກ ທີ່ຈະໄຂຂຶ້ນໃນຕໍ່ໜ້ານີ້; ກອງປະຊຸມໃຫຍ່ຄັ້ງນີ້ ເປັນກຽດຢ່າງສູງ ທີ່ຈະໄດ້ຮັບຟັງຄຳເຫັນໂອ້ລົມຈາກ ສະຫາຍ ປະລິນຍາເອກ ຄໍາພັນ ພົມມະທັດ ກໍາມະການກົມການເມືອງສູນກາງພັກ, ເລຂາທິການສູນກາງພັກ, ປະທານຄະນະກວດກາສູນກາງພັກ, ປະທານອົງການກວດກາແຫ່ງລັດ, ຫົວໜ້າອົງການຕ້ານການສໍ້ລາດບັງຫຼວງຂັ້ນສູນກາງ ທີ່ໄດ້ຕາງໜ້າກົມການເມືອງສູນກາງພັກ ເພື່ອເປັນເຂັມຊີ້ທິດ ໃນການຈັດຕັ້ງປະຕິບັດໃຫ້ເຮັດສໍາເລັດໜ້າທີ່ການເມືອງທີ່ຊາດ ແລະ ປະຊາຊົນມອບໝາຍໃຫ້ ກໍ່ຄືພາລະກິດປົກປັກຮັກສາ ແລະ ພັດທະນາແຂວງໄຊຍະບູລີ ໃຫ້ໜັກແໜ້ນ, ເຂັ້ມແຂງກ້າວຂຶ້ນຢ່າງບໍ່ຢຸດຢັ້ງ, ພ້ອມກັນເຊີດຊູຄວາມຮັບຜິດຊອບສູງ, ເສີມຂະຫຍາຍສິດປະຊາທິປະໄຕ ຢ່າງແຂງແຮງ ແລະ ສຸມສະຕິປັນຍາເຂົ້າໃສ່ໃນການຄົ້ນຄວ້າ ແລະ ຕົກລົງບັນຫາຕ່າງໆ ຢ່າງເລິກເຊິ່ງເຖິງຖອງ, ຖືກຕ້ອງຕາມແນວທາງຂອງພັກ ແລະ ສອດຄ່ອງກັບທ່າແຮງບົ່ມຊ້ອນ, ສະພາບ ແລະ ຈຸດພິເສດຕົວຈິງຂອງ ແຂວງໄຊຍະບູລີ ເພື່ອເຮັດໃຫ້ກອງປະຊຸມໃຫຍ່ຄັ້ງນີ້ ບັນລຸຜົນຢ່າງສະຫງ່າງາມ.

ຂ່າວ ແລະ ພາບ: ນັກຂ່າວແຂວງໄຊຍະບູລີ.

 

ວາລະສານ ດ້ານໄອຊີທີ
ສະຖິຕິຂະແໜງ ເຕັກໂນໂລຊີ ແລະ ການສື່ສານ
ວີດີໂອແນະນໍາ ການຂຶ້ນທະບຽນເລກໝາຍໂທລະສັບ