ລາວ-ຫວຽດນາມ ຈັດກອງປະຊຸມປະສານງານຄື້ນຄວາມຖີ່
17/10/2025 ~ 17/10/2025

ໃນຕອນເຊົ້າຂອງວັນທີ 16 ຕຸລາ 2025, ກົມຄື້ນຄວາມຖີ່ວິທະຍຸສື່ສານ, ກະຊວງເຕັກໂນໂລຊີ ແລະ ການສື່ສານ (ກຕສ) ໄດ້ເປັນເຈົ້າພາບຈັດກອງປະຊຸມ ປະສານງານຄື້ນຄວາມຖີ່ ລະຫວ່າງ ສປປ ລາວ - ສສ ຫວຽດນາມ ຂຶ້ນທີ່ໂຮງແຮມ ພູແມນ, ແຂວງ ຫຼວງພະບາງ. ໃຫ້ກຽດເປັນປະທານກ່າວເປີດກອງປະຊຸມໂດຍ ທ່ານ ໄຊລືຊາ ອິນສີຊຽງໃໝ່, ຮອງລັດຖະມົນຕີ ກະຊວງເຕັກໂນໂລຊີ ແລະ ການສື່ສານ, ມີຫົວໜ້າຫ້ອງການ, ຫົວໜ້າກົມຄື້ນຄວາມຖີ່ວິທະຍຸສື່ສານ ຈາກ ກຕສ, ຫົວໜ້າພະແນກເຕັກໂນໂລຊີ ແລະ ການສື່ສານ ແຂວງ ຫຼວງພະບາງ, ຫົວໜ້າອົງການຄື້ນຄວາມຖີ່ ສສ ຫວຽດນາມ ພ້ອມດ້ວຍຄະນະທັງສອງຝ່າຍເຂົ້າຮ່ວມ ຈໍານວນ 30 ທ່ານ.
ໃນກອງປະຊຸມດັ່ງກ່າວ ຕາງໜ້າຄະນະຝ່າຍລາວ ນຳໂດຍ ທ່ານ ສົມພອນ ສີຫາລາດ, ຫົວໜ້າກົມຄື້ນຄວາມຖີ່ວິທະຍຸສື່ສານ, ກະຊວງ ເຕັກໂນໂລຊີ ແລະ ການສື່ສານ ແລະ ຝ່າຍ ສສ ຫວຽດນາມ ນໍາໂດຍ ທ່ານ ປອ. ລີວັນຕວນ ຫົວໜ້າອົງການຄື້ນຄວາມຖີ່ ສສ ຫວຽດນາມ. ກອງປະຊຸມຄັ້ງນີ້ ແມ່ນເພື່ອສະຫຼຸບຕີລາຄາຜົນການຈັດຕັ້ງປະຕິບັດວຽກງານປະສານຄື້ນຄວາມຖີ່ໃນໄລຍະຜ່ານມາ ແລະ ທິດທາງແຜນການຈັດສັນຄື້ນຄວາມຖີ່ໃນຕໍ່ໜ້າ, ພ້ອມທັງແລກປ່ຽນຂໍ້ມູນສະພາບການໃໝ່ໆ ໃນວຽກງານການຄຸ້ມຄອງຄື້ນຄວາມຖີ່ວິທະຍຸສື່ສານໃນປັດຈຸບັນ ແລະ ແຜນການນໍາໃຊ້ຄື້ນຄວາມຖີ່ໃນອະນາຄົດ ເຊັ່ນ: ການວາງແຜນ ແລະ ການຄຸ້ມຄອງຄື້ນຄວາມຖີ່ວິທະຍຸສື່ສານ, ການແຈ້ງ ແລະ ຂຶ້ນທະບຽນການນຳໃຊ້ຄື້ນຄວາມຖີ່ວິທະຍຸສື່ສານ ລຽບຕາມຊາຍແດນ, ການແລກປ່ຽນຂໍ້ມູນ ແລະ ປະສົບການດ້ານວິຊາການ ເຊັ່ນ ເຕັກໂນໂລຊີໃໝ່ ລະບົບ 5G ແລະ 6G, Open RAN, NTN, ESIM, Satellite, ມາດຕະຖານເຕັກນິກອຸປະກອນໂທລະຄົມມະນາຄົມ ແລະ ໄອຊີທີ, ແລກປ່ຽນຂໍ້ມູນຂໍ້ບັງຄັບ ແລະ ແຜນການຈັດຕັ້ງປະຕິບັດການປະມູນຄື້ນຄວາມຖີ່ວິທະຍຸສື່ສານ, ພ້ອມກັບການປ່ຽນແປງທາງດ້ານດິຈິຕອນໃນການຈັດສັນຄື້ນຄວາມຖີ່ວິທະຍຸສື່ສານ ແລະ ສະເໜີແຜນຮ່ວມມື ແລະ ປະຊຸມໃນຄັ້ງຕໍ່ໄປ ທີ່ ສສ ຫວຽດນາມ ເປັນເຈົ້າພາບ.
ກອງປະຊຸມຄັ້ງນີ້ ຈະໄດ້ດໍາເນີນໄປເປັນເວລາສອງວັນຈຶ່ງຈະສໍາເລັດ.

ຂ່າວໂດຍ: ນ. ສີໄວ ອຳພອນໄຊ