ກອງປະຊຸມເປີດກວ້າງ ເພື່ອທາບທາມຄຳເຫັນໃສ່ຮ່າງແຜນວຽກ ລະບົບນິເວດສະຕາດອັບ ຂອງ ສປປ ລາວ ໄລຍະ 2025-2030

18/11/2025 ~ 18/11/2025

ກອງປະຊຸມເປີດກວ້າງ ເພື່ອທາບທາມຄຳເຫັນໃສ່ຮ່າງແຜນວຽກ ລະບົບນິເວດສະຕາດອັບ ຂອງ ສປປ ລາວ ໄລຍະ 2025-2030

ໃນວັນທີ 12 ພະຈິກ 2025, ທີ່ໂຮງແຮມ ແມັກເຄຍໂຕ້ ນະຄອນໄກສອນ ພົມວິຫານ, ແຂວງສະຫວັນນະເຂດ ໄດ້ມີການເປີດກອງປະຊຸມເປີດກວ້າງ ເພື່ອທາບທາມຄຳເຫັນໃສ່ຮ່າງແຜນວຽກ ລະບົບນິເວດສະຕາດອັບ ຂອງ ສປປ ລາວ (2025-2030). ໂດຍໄດ້ຮັບກຽດເປັນປະທານຮ່ວມຂອງ ທ່ານ ປະລິນຍາເອກ ສັນຕິສຸກ ສິມມາລາວົງ, ຮອງລັດຖະມົນຕີ ກະຊວງເຕັກໂນໂລຊີ ແລະ ການສື່ສານ (ກຕສ) ມີ ທ່ານ ນາງ ເກສອນ ສຸລິວົງ, ຫົວໜ້າສູນສົ່ງເສີມ ແລະ ຖ່າຍທອດເຕັກໂນໂລຊີ, ກຕສ ແລະ ບັນດາທ່ານຫົວໜ້າພະແນກ, ຄະນະຂະແໜງ ຈາກສູນກາງ ແລະ ທ້ອງຖິ່ນ ພ້ອມດ້ວຍຜູ້ຕາງໜ້າ ຈາກພະແນກເຕັກໂນໂລຊີ ແລະ ການສື່ສານ ແຂວງຈຳປາສັກ, ພະແນກອຸດສະຫະກຳ ແລະ ການຄ້າ, ສະມາຄົມນັກທຸລະກິດໜຸ່ມ, ມະຫາວິທະຍາໄລສະຫວັນນະເຂດ, ມະຫາວິທະຍາໄລຂອນແກ່ນ ແຫ່ງ ຣາຊາອານາຈັກໄທ ແລະ ກຸ່ມບໍລິສັດສະຕາດອັບທີ່ເດີນທາງມາຈາກນະຄອນຫຼວງວຽງຈັນເຂົ້່າຮ່ວມ

ໃນກອງປະຊຸມ, ທ່ານ ປະລິນຍາເອກ ສັນຕິສຸກ ສິມມາລາວົງ ໄດ້ກ່າວວ່າ: ການເປີດກອງປະຊຸມໃນຄັ້ງນີ້, ກໍເພື່ອເປີດກວ້າງຮັບຟັງຄຳຄິດເຫັນທາງດ້ານວິຊາການ ຈາກທັງສູນກາງ ແລະ ທ້ອງຖິ່ນເພື່ອປະກອບໃສ່ຮ່າງແຜນວຽກລະບົບນິເວດສະຕາດອັບ ຂອງ ສປປ ລາວ ໃຫ້ມີເນື້ອໃນຄົບຖ້ວນສົມບູນ ແລະ ມີຄວາມເປັນເອກະພາບໃນທຸກຂະແໜງການ.ພ້ອມນີ້, ທ່ານໄດ້ກ່າວຕື່ມວ່າ: ໃນໂລກປັດຈຸບັນ, ທຸລະກິດສະຕາດອັບ ບໍ່ແມ່ນພຽງທາງເລືອກ, ແຕ່ມັນຄື ຄວາມຈຳເປັນ ຂອງການເຕີບໃຫຍ່ທາງດ້ານເສດຖະກິດດິຈິຕອນ. ເນື່ອງຈາກ ສະຕາດອັບ ຖືເປັນ ຄວາມຫວັງໃໝ່ ຂອງຄົນລຸ້ນໜຸ່ມ ແລະ ເປັນກົນໄກສຳຄັນໃນການຫັນປ່ຽນເສດຖະກິດ ຈາກການເພິ່ງພາອາໃສທຳມະຊາດ ໄປສູ່ເສດຖະກິດແຫ່ງປັນຍາ ແລະ ນະວັດຕະກຳ ເຊິ່ງໄດ້ສອດຄ່ອງກັບແຜນຍຸດທະສາດການພັດທະນາເສດຖະກິດດິຈິຕອນແຫ່ງຊາດ ໄລຍະ 10 ປີ (2021-2030). ກອງປະຊຸມດັ່ງກ່າວນີ້, ຖືເປັນບາດກ້າວສຳຄັນ ໃນການສ້າງຮ່າງແຜນງານລະບົບນິເວດສະຕາດອັບ ໃຫ້ມີຄວາມຄົບຖ້ວນສົມບູນ ແລະ ເປັນເຄື່ອງມືໃນການຂັບເຄື່ອນການພັດທະນາເສດຖະກິດດິຈິຕອນຂອງ ສປປ ລາວ ໃຫ້ບັນລຸຜົນສຳເລັດ

ເຖິງແມ່ນວ່າ ການດຳເນີນທຸລະກິດສະຕາດອັບ ທີ່ແຂວງສະຫວັນນະເຂດ ອາດຈະຍັງບໍ່ທັນແຂງແຮງເທົ່າເຂດນະຄອນຫຼວງ ແຕ່ແຂວງສະຫວັນນະເຂດ ມີແຜນງານທີ່ສໍາຄັນຄື: 1)ທີ່ຕັ້ງຍຸດທະສາດ: ແຂວງສະຫວັນນະເຂດ ເປັນໃຈກາງເຊື່ອມຕໍ່ສຳຄັນ, ມີຊາຍແດນຕິດກັບທັງ ຣາຊາອານາຈັກໄທ ແລະ ສສ ຫວຽດນາມ ມີຂົວມິດຕະພາບ ລາວ-ໄທ ແຫ່ງທີ 2 ເຊິ່ງເປັນເສັ້ນເລືອດໃຫຍ່ຂອງແລວທາງເສດຖະກິດຕາເວັນອອກ-ຕາເວັນຕົກ (East-West Economic Corridor) ນີ້ຄືຈຸດແຂງສຳລັບສະຕາດອັບ ດ້ານ Logistics, E-Commerce ແລະ ການຄ້າຂ້າມແດນ, 2) ພື້ນຖານໂຄງລ່າງຮອງຮັບ: ສະຫວັນນະເຂດມີ ເຂດເສດຖະກິດພິເສດ ສະຫວັນ-ເຊໂນ (Savan-Seno SEZ) ເຊິ່ງເປັນເຂດດຶງດູດການລົງທຶນ. ເຂດ SEZ ນີ້ ມີຄວາມພ້ອມໃນການຮອງຮັບອຸດສາຫະກຳໃໝ່ ແລະ ສາມາດເປັນ "Sandbox" (ສະຖານທີ່ທົດລອງ) ທີ່ສຳຄັນໃຫ້ແກ່ສະຕາດອັບໄດ້ ແລະ 3) ແຫຼ່ງຊັບພະຍາກອນມະນຸດ: ສະຫວັນນະເຂດມີ ມະຫາວິທະຍາໄລສະຫວັນນະເຂດ ແລະ ມີເຄືອຂ່າຍນັກທຸລະກິດໜຸ່ມ ທີ່ມີຄວາມຕື່ນຕົວ. ນີ້ຄືກຳລັງສຳຄັນໃນການສ້າງບຸກຄະລາກອນ ແລະ ແລະ ແຮງງານໄອຊີທີລຸ້ນໃໝ່. ພ້ອມນີ້, ໄດ້ມີການນຳສະເໜີບົດຮຽນ ແລະ ຂໍ້ສະເໜີແນະ ຈາກສະມາຄົມນັກທຸລະກິດໜຸ່ມ, ການນຳສະເໜີຈາກ ມະຫາວິທະຍາໄລສະຫວັນນະເຂດ ແລະ ການແບ່ງປັນບົດຮຽນກ່ຽວກັບລະບົບນິເວດສະຕາດອັບຈາກປະເທດໄທ ໂດຍ ມະຫາວິທະຍາໄລຂອນແກ່ນ. ພ້ອມນັ້ນ, ຜູ້ເຂົ້າຮ່ວມ ຍັງໄດ້ຮ່ວມກັນປະກອບຄຳເຫັນ ຢ່າງກົງໄປກົງມາ ແລະ ສ້າງສັນ ໃສ່ຮ່າງແຜນງານດັ່ງກ່າວ.

ກອງປະຊຸມໄດ້ດຳເນີນໄປເປັນເວລາ 2 ວັນ (ລະຫວ່າງວັນທີ 12-13 ພະຈິກ 2025). ວັນທີ 13 ພະຈິກ 2025, ຄະນະຜູ້ແທນ ໄດ້ເດີນທາງໄປທັດສະນະສຶກສາຕົວຈິງ ທີ່ເຂດເສດຖະກິດພິເສດ ສະຫວັນ-ເຊໂນ ແລະ ຢ້ຽມຢາມ ມະຫາວິທະຍາໄລສະຫວັນນະເຂດ ເພື່ອແລກປ່ຽນບົດຮຽນກ່ຽວກັບນະວັດຕະກຳ ແລະ ການດຳເນີນກິດຈະການຕົວຈິງ.

 

ວາລະສານ ດ້ານໄອຊີທີ
ສະຖິຕິຂະແໜງ ເຕັກໂນໂລຊີ ແລະ ການສື່ສານ
ວີດີໂອແນະນໍາ ການຂຶ້ນທະບຽນເລກໝາຍໂທລະສັບ