ກອງປະຊຸມໂຕະມົນພັດທະນາທຸລະກິດສະຕາດອັບ (Startup Round-Table Meeting 2025), ງານມະຫາກຳເຕັກໂນໂລຊີ Laos Blockchain Fest 2025

24/11/2025 ~ 24/11/2025

ກອງປະຊຸມໂຕະມົນພັດທະນາທຸລະກິດສະຕາດອັບ (Startup Round-Table Meeting 2025),  ງານມະຫາກຳເຕັກໂນໂລຊີ Laos Blockchain Fest 2025

ໃນຕອນບ່າຍ ຂອງວັນທີ 21 ພະຈິກ 2025, ທີ່ຫໍປະຊຸມແຫ່ງຊາດ, ສູນສົ່ງເສີມ ແລະ ຖ່າຍທອດເຕັກໂນໂລຊີ, ກະຊວງເຕັກໂນໂລຊີ ແລະ ການສື່ສານ (ກຕສ) ໄດ້ຈັດກອງປະຊຸມລະດົມແນວຄວາມຄິດການພັດທະນາທຸລະກິດສະຕາດອັບ ໃນຮູບແບບໂຕະມົນ ພາຍໃຕ້ຂອບເຂດຂອງງານມະຫາກຳເຕັກໂນໂລຊີ Laos Blockchain Fest 2025. ໃຫ້ກຽດເປັນປະທານໂດຍ ທ່ານ ປະລິນຍາເອກ ສັນຕິສຸກ ສີມມາລົງ, ຮອງລັດຖະມົນຕີ ກຕສ, ມີທ່ານ ນາງ ເກສອນ ສຸລິວົງ, ຫົວໜ້າສູນສົ່ງເສີມ ແລະ ຖ່າຍທອດເຕັກໂນໂລຊີ ແລະ ບັນດາແຂກເຂົ້າຮ່ວມຈາກພາກລັດ, ບໍລິສັດ ສະຕາດອັບ ແນວໜ້າຂອງ ສປປ ລາວ ເຂົ້າຮ່ວມ ຈຳນວນ 40 ກວ່າທ່ານ.

ຈຸດປະສົງຂອງກອງປະຊຸມຄັ້ງນີ້, ແມ່ນເພື່ອລະດົມແນວຄວາມຄິດສ້າງສັນ ເພື່ອການພັດທະນາ ແລະ ສ້າງລະບົບນິເວດ (Ecosystem) ໃຫ້ແກ່ທຸລະກິດສະຕາດອັບ, ທັງເປັນການແລກປ່ຽນບົດຮຽນ, ຂໍ້ສະດວກ, ຂໍ້ຫຍຸ້ງຍາກ, ສິ່ງທ້າທາຍ ແລະ ຮັບຟັງຂໍ້ສະເໜີ ເພື່ອຊອກຫາວິທີການແກ້ໄຂ ແລະ ຮ່ວມມືກັນໃນຕໍ່ໜ້າ.

ກອງປະຊຸມໄດ້ຮັບຟັງການບັນຍາຍ ຈາກຫົວໜ່ວຍທຸລະກິດສະຕາດອັບ ແລະ ສົນທະນາໃນຫົວຂໍ້ສຳຄັນຕ່າງໆ ເຊັ່ນ: ທ່າອ່ຽງ Blockchain ໃນປີ 2025 ແລະ ໂອກາດສຳລັບ Startup ລາວ, ການລະດົມທຶນ: ສ້າງຄວາມພ້ອມດ້ານທຸລະກິດ ແລະ ການເຂົ້າເຖິງແຫຼ່ງທຶນ ແລະ ການນຳໃຊ້ Blockchain ໃນຂະແໜງການຫຼັກຂອງ ສປປ ລາວ". ພ້ອມນີ້, ໄດ້ຮັບຟັງການສົນທະນາ ໃນຫົວຂໍ້: ການສ້າງນະວັດຕະກຳຜ່ານການຮ່ວມມື ເນື່ອງຈາກເຕັກໂນໂລຊີ Blockchain ມີທ່າແຮງທີ່ໂດດເດັ່ນສຳລັບການນຳໃຊ້ໃນການບໍລິຫານລັດ, ການເງິນ-ທະນາຄານ, ກະສິກຳ, ການຂົນສົ່ງ, ລວມທັງການຢັ້ງຢືນເອກະສານສຳຄັນຕ່າງໆ. ນີ້ແມ່ນໂອກາດອັນດີສຳລັບ Startup ລາວທີ່ຈະນຳເອົາເຕັກໂນໂລຊີນີ້ ໄປພັດທະນາຜະລິດຕະພັນ ແລະ ບໍລິການໃໝ່ໆ ແລະ ທັງເປັນການສ້າງລະບົບນິເວດທຸລະກິດໃຫ້ມີຄວາມຍືນຍົງ.

ກອງປະຊຸມໂຕະມົນທຸລະກິດສະຕາດອັບໃນຄັ້ງນີ້ ຈະໄດ້ພ້ອມກັນເອົາໃຈໃສ່ປະກອບຄຳຄິດຄຳເຫັນຢ່າງພາວະວິໄສ ເພື່ອນຳໄປສ້າງແຜນງານ (Roadmap) ຂອງວຽກງານສະຕາດອັບໃຫ້ໄປຕາມເປົ້າໝາຍທີ່ກຳນົດໄວ້, ເພື່ອໃຫ້ສາມາດຂັບເຄື່ອນວຽກງານສະຕາດອັບໃຫ້ມີປະສິດທິພາບ ແລະ ປະສິດທິຜົນສູງສຸດ.
ຂຽນໂດຍ: ພະແນກ ສົ່ງເສີມທຸລະກິດສະຕາດອັບ, ສູນສົ່ງເສີມ ແລະ ຖ່າຍທອດເຕັກໂນໂລຊີ
ຂ່າວສານເຕັກໂນໂລຊີ ແລະ ການສື່ສານ

 

ວາລະສານ ດ້ານໄອຊີທີ
ສະຖິຕິຂະແໜງ ເຕັກໂນໂລຊີ ແລະ ການສື່ສານ
ວີດີໂອແນະນໍາ ການຂຶ້ນທະບຽນເລກໝາຍໂທລະສັບ