25/11/2025 ~ 25/11/2025

ຕອນເຊົ້າຂອງວັນທີ 25 ພະແນກເຕັກໂນໂລຊີ ແລະ ການສື່ສານ ແຂວງໄຊຍະບູລີ ໄດ້ດຳເນີນກອງປະຊຸມເຜີຍແຜ່ດຳລັດຂອງລັດຖະບານ ເລກທີ 300/ລບ ວ່າດ້ວຍ ການປະເມີນຜົນການປະຕິບັດວຽກງານຂອງພະນັກງານ-ລັດຖະກອນ, ຄຳແນະນຳການຈັດຕັ້ງປະຕິບັດດຳລັດ ວ່າດ້ວຍ ການປະເມີນຜົນການປະຕິບັດວຽກງານຂອງພະນັກງານ-ລັດຖະກອນ ເລກທີ 06/ພນ ໃຫ້ກຽດເຂົ້າຮ່ວມເປັນປະທານ ແລະ ເຜີຍແຜ່ນິຕິກຳດັ່ງກ່າວ ໂດຍທ່ານ ຄຳບູ່ ທອງວັນນາ ຮອງຫົວໜ້າພະແນກ, ຫົວໜ້າຄະນະຮັບຜິດຊອບການປະເມີນຜົນການປະຕິບັດວຽກງານຂອງພະນັກງານ-ລັດຖະກອນ ພະແນກເຕັກໂນໂລຊີ ແລະ ການສື່ສານ ແຂວງໄຊຍະບູລີ; ນອກຈາກນັ້ນກອງປະຊຸມຍັງໄດ້ຮັບຟັງ ການຜ່ານຂໍ້ຕົກລົງຂອງທ່ານຫົວໜ້າພະແນກ ສະບັບເລກທີ 837/ພຕສ.ຊຍ ວ່າດ້ວຍ ການແຕ່ງຕັ້ງຄະນະຮັບຜິດຊອບ ການປະເມີນຜົນການປະຕິບັດວຽກງານຂອງພະນັກງານ-ລັດຖະກອນ ພະແນກເຕັກໂນໂລຊີ ແລະ ການສື່ສານ ແຂວງໄຊຍະບູລີ, ແຜນດຳເນີນການປະເມີນຜົນ, ຂັ້ນຕອນ ແລະ ວິທີການປະເມີນຜົນ ຈາກທ່ານ ຄຳພັນ ສຸວັນນາລີ ຫົວໜ້າຂະແໜງບໍລິຫານ, ຈັດຕັ້ງ ແລະ ກວດກາ; ກອງປະຊຸມຄັ້ງນີ ມີພະນັກງານລັດຖະກອນ ຢູ່ພາຍໃນພະແນກເຂົ້າຮ່ວມທັງໝົດ 25 ທ່ານ, ຍິງ 10 ທ່ານ.

ຂ່າວໂດຍ: ພະແນກເຕັກໂນໂລຊີ ແລະ ການສື່ສານ ແຂວງໄຊຍະບູລີ

