ກອງປະຊຸມສຳມະນາເກັບກຳຂໍ້ມູນທາງດ້ານການພັດທະນາອຸດສາຫະກຳ ໄອທີ ຂອງ ສປປ ລາວ

26/11/2025 ~ 26/11/2025

ກອງປະຊຸມສຳມະນາເກັບກຳຂໍ້ມູນທາງດ້ານການພັດທະນາອຸດສາຫະກຳ ໄອທີ ຂອງ ສປປ ລາວ

ໃນວັນທີ 20 ພະຈິກ 2025 ຜ່ານມາ, ທີ່ຫ້ອງປະຊຸມໃຫຍ່ ອຸທິຍານດິຈິຕອນ ຂອງ ສປປ ລາວ ກະຊວງເຕັກໂນໂລຊີ ແລະ ການສື່ສານ (ສຕສ), ກົມເຕັກໂນໂລຊີດິຈິຕອນ ໄດ້ຈັດພິທີເປີດ ກອງປະຊຸມສຳມະນາເກັບກຳຂໍ້ມູນທາງດ້ານການພັດທະນາອຸດສາຫະກຳ ໄອທີ ຂອງ ສປປ ລາວ (Industrial Survey Seminar & Focus Group Interview)”. ໂດຍການເປັນປະທານຂອງ ທ່ານ ປະສິດທິເດດ ຫຼວງວິໄລ, ຮອງຫົວໜ້າກົມເຕັກໂນໂລຊີດິຈິຕອນ ພ້ອມດ້ວຍຜູ້ຕາງໜ້າຈາກບັນດາບໍລິສັດໄອທີ ໃນ ສປປ ລາວ, ບັນດາກົມ/ທຽບເທົ່າ, ທະນາຄານ, ລັດວິສາຫະກິດໂທລະຄົມ ແລະ ອ້າຍນ້ອງພະນັກງານພາຍໃນກົມ ຈຳນວນທັງໝົດ 86 ທ່ານ.

ຈຸດປະສົງຂອງການຈັດກອງປະຊຸມຄັ້ງນີ້, ກໍເພື່ອແລກປ່ຽນຂໍ້ມູນທາງດ້ານການພັດທະນາອຸດສາຫະກໍາ ໄອທີ ເພື່ອຈະນໍາເອົາຂໍ້ມູນ ຈາກບັນດາບໍລິສັດຢູ່ໃນ ສປປ ລາວ ເປັນພື້ນຖານໃນການປັບປຸງແຜນຍຸດທະສາດ ຂອງ ສວນອຸທິຍານດິຈິຕອນ ແລະ ໃຊ້ໃນການປັບປຸງພື້ນຖານໂຄງລ່າງການເສີມຂະຫຍາຍ ແລະ ພັດທະນາອຸດສາຫະກໍາໄອທີ ຂອງ ສປປ ລາວ. ພ້ອມນີ້, ຍັງເປັນການສົ່ງເສີມ ແລະ ສະໜັບສະໜູນການພັດທະນາບໍລິສັດໄອທີໃນ ສປປ ລາວ. ເຊີ່ງເປັນບາດກ້າວໜື່ງທີ່ສໍາຄັນທີ່ບັນດາຜູ້ເຂົ້າຮ່ວມຈະໄດ້ມີສ່ວນຮ່ວມໃນການແລກປ່ຽນຂໍ້ມູນທາງດ້ານການພັດທະນາອຸດສາຫະກໍາໄອທີ ຂອງ ສປປ ລາວ ເພື່ຶອເປັນຂໍ້ມູນພື້ນຖານໃນການພັດທະນາເສດຖະກິດດິຈິຕ໋ອນຂອງ ສປປ ລາວ ໃຫ້ກ້າວເຂົ້າສູ່ລະດັບພາກພື້ນ ແລະ ສາກົນ.

ປັດຈຸບັນນີ້ ໂລກຂອງພວກເຮົາພວມກ້າວເຂົ້າສູ່ຍຸກສະໄໝແຫ່ງການປະຕິວັດອຸດສາຫະກຳຄັ້ງທີ IV ຫຼື ພວກເຮົາເຄີຍເອີ້ນຫຍໍ້ນຳກັນວ່າຍຸກອຸດສາຫະກຳ 4.0. ການປະຕິວັດອຸດສາຫະກຳຄັ້ງນີ້, ພວມເປັນທ່າອ່ຽງລວມ ແລະ ເປັນກະແສຟອງພັດຜ່ານໄປທົ່ວໂລກ ຊຶ່ງບໍ່ມີປະເທດໃດຈະສາມາດຫຼີກລ້ຽງໄດ້, ໃນນັ້ນ ນັບທັງ ສປປ ລາວ ກໍພວມປະເຊີນໜ້າກັບກາລະໂອກາດ ແລະ ສິ່ງທ້າທາຍອັນໃຫຍ່ຫຼວງຂອງຍຸກອຸດສາຫະກຳ 4.0 ດັ່ງກ່າວ ຊຶ່ງເປັນຍຸກແຫ່ງການນໍາໃຊ້ເຕັກໂນໂລຊີດິຈິຕ໋ອນເຂົ້າໃນການເຄື່ອນໄຫວວຽກງານ, ການຄ້າຂາຍ ແລະ ການດຳລົງຊີວິດປະຈຳວັນ ເປັນຕົ້ນ: E Commerce, E Learning, Online meeting, Logistics,… ເປັນຍຸກແຫ່ງການເຊື່ອມໂຍງສັບພະສິ່ງຕ່າງໆ ດ້ວຍເຕັກໂນໂລຊີດິຈິຕອນ ແລະ ອິນເຕີເນັດ ຫຼື ເອີ້ນວ່າ ອິນເຕີເນັດແຫ່ງສັບພະສິ່ງ, ໂລກແຫ່ງຂໍ້ມູນມະຫາສານ (Big Data), Blockchain, ປັນຍາປະດິດ (AI), ຫຸ່ນຍົນ ແລະ ອື່ນໆ ເພື່ອເປັນທິດທາງໃນການຫັນປະເທດເປັນທັນສະໄໝ ແລະ ສ້າງເສດຖະກິດດິຈິຕ໋ອນ ແນ່ໃສ່ໃນການກຽມຄວາມພ້ອມ ເພື່ອເຂົ້າສູ່ການຫັນເປັນດິຈິຕ໋ອນ ແລະ ການພັດທະນາເສດຖະກິດດິຈິຕ໋ອນ ຂອງ ສປປ ລາວ.

ຂ່າວ: ກົມເຕັກໂນໂລຊີດິຈິຕອນ.

 

ວາລະສານ ດ້ານໄອຊີທີ
ສະຖິຕິຂະແໜງ ເຕັກໂນໂລຊີ ແລະ ການສື່ສານ
ວີດີໂອແນະນໍາ ການຂຶ້ນທະບຽນເລກໝາຍໂທລະສັບ