ຜູ້ແທນອົງຄະນະພັກແຂວງ ໄຊຍະບູລີ ເດີນທາງເຂົ້າຮ່ວມກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດຄັ້ງທີ Xll ຂອງພັກ.

06/01/2026 ~ 06/01/2026

ຜູ້ແທນອົງຄະນະພັກແຂວງ ໄຊຍະບູລີ ເດີນທາງເຂົ້າຮ່ວມກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດຄັ້ງທີ Xll ຂອງພັກ.

ພິທີສົ່ງຜູ້ແທນອົງຄະນະພັກແຂວງ ໄຊຍະບູລີ ສະໄໝ ທີ Vlll ເຂົ້າຮ່ວມກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດຄັ້ງທີ XII ຂອງພັກ ໄດ້ມີຂື້ນໃນວັນທີ 4 ມັງກອນ 2026 ນີ້ຢູ່ທີ່ເດີ່ນຫ້ອງວ່າການແຂວງ ໄຊຍະບູລີ .ອອກສົ່ງຄະນະນຳຂອງແຂວງໃນຄັ້ງນີ້ມີທ່ານ ດວງຕາ ໄຊວຸດ ຮອງເລຂາຄະນະບໍລິຫານງານພັກແຂວງ ປະທານຄະນະກຳມະການປົກແຂວງ ,ມີບັນດາຫົວໜ້າ,ຮອງຫົວໜ້າພະແນກການ ,ເລຂາທິການສະພາປະຊາຊົນແຂວງ,ອົງການ,ກົມກອງ,ຫ້ອງການ,ລັດວິສາຫະກິດອ້ອມຂ້າງແຂວງພ້ອມດ້ວຍນ້ອງນ້ອຍເຍົາວະຊົນເຂົ້າຮ່ວມ.
ຄະນະຜູ້ແທນອົງຄະນະພັກແຂວງ ໄຊຍະບູລີສະໄໝທີ VIII ທີ່ເຂົ້າຮ່ວມກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດຄັ້ງທີXIIຂອງພັກ ມີທັງໝົດ27 ທ່ານ,ຍິງ4ທ່ານ .ເຊິ່ງເປັນຕົວແທນໃຫ້ສະມາຊິກພັກໃນທົ່ວແຂວງ ໄຊຍະບູລີ 20.797 ສະຫາຍ. ນໍາໂດຍ ທ່ານ ເພັງນິລັນ ຄຳພັນເພັງ ເລຂາຄະນະບໍລິຫານງານພັກແຂວງ ປະທານສະພາປະຊາຊົນແຂວງ ໄຊຍະບູລີ ກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດຄັ້ງທີ XII ຂອງພັກ ຈະໄດ້ຈັດຂື້ນໃນລະຫວ່າງວັນທີ 6-8 ມັງກອນ 2026 ນີ້.
ຂ່າວ: News.XBL

 

ວາລະສານ ດ້ານໄອຊີທີ
ສະຖິຕິຂະແໜງ ເຕັກໂນໂລຊີ ແລະ ການສື່ສານ
ວີດີໂອແນະນໍາ ການຂຶ້ນທະບຽນເລກໝາຍໂທລະສັບ