07/01/2026 ~ 07/01/2026

ໃນຕອນເຊົ້າຂອງວັນທີ 05 ມັງກອນ 2026 ນີ້, ຢູ່ທີ່ຫ້ອງປະຊຸມ ພະແນກເຕັກໂນໂລຊີ ແລະ ການສື່ສານແຂວງໄດ້ຈັດກອງປະຊຸມ ສະຫຼຸບວຽກງານເຕັກໂນໂລຊີ ແລະ ການສື່ສານ ປະຈຳເດືອນ 12 ປີ 2025 ແລະ ທິດທາງແຜນການປະຈຳເດືອນ 01 ປີ 2026 ໂດຍການເປັນປະທານຂອງ ທ່ານ ສອນສະຫວັນ ຈັນທະວົງ ເລຂາຄະນະພັກຮາກຖານ, ຫົວໜ້າພະແນກເຕັກໂນໂລຊີ ແລະ ການສື່ສານແຂວງ, ມີບັນດາ ທ່ານຮອງຫົວໜ້າພະແນກ, ຫົວໜ້າຂະແໜງ, ຮອງຫົວໜ້າຂະແໜງ ແລະ ພະນັກງານ-ລັດຖະກອນພາຍໃນພະແນກເຂົ້າຮ່ວມ ທັງໝົດ 24 ທ່ານ, ຍິງ 09 ທ່ານ.

ໃນກອງປະຊຸມ ທ່ານ ສອນສະຫວັນ ຈັນທະວົງ ເລຂາຄະນະພັກຮາກຖານ ຫົວໜ້າພະແນກເຕັກໂນໂລຊີ ແລະ ການສື່ສານ ໄດ້ກ່າວເປີດກອງປະຊຸມເປັນທາງການ ແລະ ທ່ານ ຄຳພັນ ສຸວັນນາລີ ຫົວໜ້າຂະແໜງ ບໍລິຫານ, ຈັດຕັ້ງ ແລະ ກວດກາ ໄດ້ຂຶ້ນຜ່ານບົດສະຫຼຸບການເຄື່ອນໄຫວວຽກງານ ເຕັກໂນໂລຊີ ແລະ ການສື່ສານແຂວງໄຊຍະບູລີ ປະຈຳເດືອນ 12 ປີ 2025 ແລະ ທິດທາງແຜນການປະຈຳເດືອນ 01 ປີ 2026, ຫຼັງຈາກນັ້ນປະທານກອງປະຊຸມໄດ້ມີຄຳເຫັນເຈາະຈີ້ມບາງບັນຫາທີ່ຈະຕ້ອງໄດ້ແກ້ໄຂໃນຕໍ່ໜ້າ. ຈາກນັ້ນ ບັນດາທ່ານ ທີ່ເຂົ້າຮ່ວມກອງປະຊຸມ ໄດ້ປະກອບຄຳຄິດເຫັນ ໃສ່ຮ່າງບົດສະຫຼຸບ ແລະ ຕາມຄຳຖາມເຈາະຈີ້ມຂອງປະທານກອງປະຊຸມຢ່າງກົງໄປກົງມາ ແລະ ມີບັນຍາກາດຟົດຟື້ນ. ໃນຕອນທ້າຍ ປະທານກອງປະຊຸມ ໄດ້ສະຫຼຸບສັງລວມ ພ້ອມທັງມີຄຳເຫັນຊີ້ນຳ ໃນການຈັດຕັ້ງປະຕິບັດວຽກງານ ໃຫ້ບັນລຸຕາມແຜນການທີ່ກຳນົດໄວ້ ພ້ອມທັງກ່າວປິດກອງປະຊຸມໃນເວລາດຽວກັນ.
ຂ່າວ+ຮູບພາບໂດຍ: ນາງ ສຸນິດາ ສົມສີ

