12/01/2026 ~ 12/01/2026

ໃນຕອນບ່າຍ ຂອງວັນທີ 07 ມັງກອນ 2026 ນີ້ ຢູ່ທີ່ຫ້ອງປະຊຸມ ພະແນກເຕັກໂນໂລຊີ ແລະ ການສື່ສານ ແຂວງໄຊຍະບູລີ ໄດ້ເປີດກອງປະຊຸມປຶກສາຫາລື ໂດຍໃຫ້ກຽດເຂົ້າຮ່ວມເປັນປະທານຂອງທ່ານ ນາງ ດວງໄພວອນ ສີບຸບຜາ ຮອງຫົວໜ້າ ພະແນກເຕັກໂນໂລຊີ ແລະ ການສື່ສານແຂວງ, ມີບັນດາ ທ່ານອໍານວຍການ, ຮອງອໍານວຍການບັນດາບໍລິສັດ ໂທລະຄົມມະນາຄົມ ສາຂາແຂວງ, ຫົວໜ້າຂະແໜງການ, ຮອງຫົວໜ້າຂະແໜງ ພ້ອມດ້ວຍວິຊາການ ເຂົ້າຮ່ວມທັງໝົດ 11 ທ່ານ, ຍິງ 03 ທ່ານ.

ໃນກອງປະຊຸມ ທ່ານ ນາງ ດວງໄພວອນ ສີບຸບຜາ ຮອງຫົວໜ້າ ພະແນກເຕັກໂນໂລຊີ ແລະ ການສື່ສານແຂວງ ໄດ້ກ່າວເປີດກອງປະຊຸມເປັນທາງການ ແລະ ທ່ານ ພຸດທະລາ ພັນກ້າ ຫົວໜ້າ ຂະແໜງ ໄປສະນີ ແລະ ການສື່ສານ ໄດ້ຂື້ນຜ່ານ ເນື້ອໃນເອກະສານດັ່ງນີ້: 1) ຜ່ານແຈ້ງການ ເລກທີ 2534/ຫກ.ອດທ, ລົງວັນທີ 16 ສິງຫາ 2022 ເລື່ອງ ການສະໜອງຂໍ້ມູນ ການເຄື່ອນໄຫວ ຂອງ ເລກໝາຍໂທລະສັບ ແລະ ອິນເຕີເນັດ ໃຫ້ແກ່ເຈົ້າໜ້າທີ່ ສືບສວນ - ສອບສວນ ແລະ ພາກສ່ວນອື່ນໆ; ພ້ອມທັງລາຍງານ ການຈັດຕັ້ງປະຕິບັດ ວຽກງານດັ່ງກ່າວໃນໄລຍະຜ່ານມາ. 2) ຜ່ານ ຮ່າງເອກະສານ ການສະຫຼຸບ ການເຄື່ອນໄຫວ ວຽກປະຈໍາເດືອນ ແລະ ການສະໜອງຂໍ້ມູນ ສະຖິຕິ ດ້ານ ໄປສະນີ ແລະ ໂທລະຄົມມະນາຄົມ. 3) ຜ່ານ ຮ່າງຄໍາສັ່ງແນະນໍາ ວ່າດ້ວຍ ການປົກປັກຮັກສາ ພື້ນຖານໂຄງລ່າງໂທລະຄົມມະນາຄົມ ແລະ ອິນເຕີເນັດ.

ຫຼັງຈາກນັ້ນ, ປະທານກອງປະຊຸມ ໄດ້ມີຄໍາເຫັນເຈາະຈີ້ມ ຕໍ່ເນື້ອໃນເອກະສານດັ່ງກ່າວ ແລະ ບັນດາບໍລິສັດທີ່ເຂົ້າຮ່ວມກໍ່ໄດ້ເອົາໃຈໃສ່ຄົ້ນຄວ້າ ປະກອບຄໍາເຫັນຢ່າງກົງໄປກົງມາ ແລະ ໄດ້ຕົກລົງເຫັນດີເປັນເອກະພາບກັນດັ່ງນີ້: 1) ເຫັນດີ ເປັນເອກະພາບກ່ຽວກັບການຈັດຕັ້ງປະຕິບັດ ການສະໜອງຂໍ້ມູນ ການເຄື່ອນໄຫວ ເລກໝາຍ ໂທລະສັບ ແລະ ອິນເຕີເນັດ ພາຍໃນແຂວງໂດຍກົງ. 2) ເຫັນດີ ການສະໜອງຂໍ້ມູນ ສະຖິຕິ ປະຈໍາເດືອນ ຊື່ງກໍານົດ ບໍ່ໃຫ້ກາຍວັນທີ 20 ຂອງທຸກໆ ເດືອນ. 3) ພື້ນຖານເຫັນດີ ຕໍ່ເນື້ອໃນຮ່າງຄໍາສັ່ງແນະນໍາ ວ່າດ້ວຍ ພື້ນຖານໂຄງລ່າງ ໂທລະຄົມມະນາຄົມ ແລະ ອິນເຕີເນັດ ແລະ ມີຄໍາຄິດເຫັນແລກປ່ຽນ ເພື່ອໃຫ້ຂະແໜງ ໄດ້ຄົ້ນຄວ້າປັບປຸງໃຫ້ສົມບູນຂື້ນຕື່ມ.

ໃນຕອນທ້າຍ ປະທານກອງປະຊຸມໄດ້ສະຫຼຸບສັງລວມໂດຍມອບ: ໃຫ້ຂະແໜງການໄປສະນີ ແລະ ການສື່ສານ ກັບ ບັນດາບໍລິສັດ ແລະ ພາກສ່ວນທີ່ກ່ຽວຂ້ອງ ປະສານສົມທົບກັນໃຫ້ເປັນປົກກະຕິພ້ອມທັງສະຫຼຸບລາຍງານພະແນກໃຫ້ທັນຕາມກຳນົດເວລາ. ກອງປະຊຸມ ໄດ້ປິດລົງໃນເວລາ 16 ໂມງ 00 ນາທີ ຂອງວັນດຽວກັນ.
-----------------------
ຂ່າວ+ຮູບພາບໂດຍ: ນາງ ສຸນິດາ ສົມສີ

