12/01/2026 ~ 12/01/2026
ໃນຕອນບ່າຍຂອງ ວັນທີ 08 ມັງກອນ 2026 ຢູ່ທີ່ຫ້ອງປະຊຸມ ບໍລິສັດ ອີທີແອລ ຈຳກັດ ໄດ້ຈັດພິທີ ປະກາດບົ່ງຕົວແຕ່ງຕັ້ງ ຮອງເລຂາໜ່ວຍພັກ ບໍລິສັດ ອີທີແອລ ຈຳກັດ ທີ່ຂື້ນກັບຄະນະພັກຮາກຖານ ພະແນກເຕັກໂນໂລຊີ ແລະ ການສື່ສານ ແຂວງໄຊຍະບູລີ ໂດຍການເປັນກຽດເຂົ້າຮ່ວມຂອງ ສະຫາຍ ສອນສະຫວັນ ຈັນທະວົງ ເລຂາຄະນະພັກຮາກຖານ ພະແນກເຕັກໂນໂລຊີ ແລະ ການສື່ສານແຂວງ, ມີບັນດາແຂກຖືກເຊີນ ແລະ ສະມາຊິກພັກທັງໝົດເຂົ້າຮ່ວມ.
ສະຫາຍ ຄຳພັນ ສຸວັນນາລີ ຫົວໜ້າຂະແໜງບໍລິຫານ, ຈັດຕັ້ງ ແລະ ກວດກາ ພະແນກເຕັກໂນໂລຊີ ແລະ ການສື່ສານແຂວງ ໄດ້ຂຶ້ນຜ່ານມະຕິຕົກລົງຂອງຄະນະປະຈໍາພັກແຂວງ ສະບັບເລກທີ 699/ຄພຂ.ຊຍ, ລົງວັນທີ 22 ທັນວາ 2025 ວ່າດ້ວຍການບົ່ງຕົວແຕ່ງຕັ້ງ ສະຫາຍ ໂພໄຊ ອ່ອນສົມບູນ ເປັນຮອງເລຂາໜ່ວຍພັກ ບໍລິສັດ ອີທີແອລ ຈຳກັດ ທີ່ຂື້ນກັບຄະນະພັກຮາກຖານ ພະແນກເຕັກໂນໂລຊີ ແລະ ການສື່ສານ ແຂວງໄຊຍະບູລີ. ໂອກາດດັ່ງກ່າວ, ສະຫາຍ ສອນສະຫວັນ ຈັນທະວົງ ເລຂາຄະນະພັກຮາກຖານ ກໍ່ໄດ້ຂຶ້ນມອບມະຕິຕົກລົງ ໃຫ້ຜູ້ທີ່ຖືກບົ່ງຕົວແຕ່ງຕັ້ງ ພ້ອມທັງມີຄຳເຫັນໂອ້ລົມ ພ້ອມທັງກ່າວປິດກອງປະຊຸມໃນເວລາດຽວກັນ.
ຂ່າວ+ຮູບພາບໂດຍ: ນາງ ສຸນິດາ ສົມສີ

